ເມື່ອຊື້ບໍລິການ ຫຼື ສົ່ງມອບສີນຄ້າໃຫ້ບໍລິສັດ ລູກຄ້າຍອມຮັບຂໍ້ກຳນົດໃນນາມຜູ້ຈັດສົ່ງ ຜູ້ຮັບມອບ ແລະ ບຸກຄົນໃດທີອ້າງວ່າມີສ່ວນໄດ້ສ່ວນເສຍກັບພັດສະດຸ ຊື່ລູກຄ້າ ແລະ ບຸກຄົນດັ່ງກ່າວຈະຜູກພັນຕາມຂໍ້ຕົກລົງ ແລະ ເງື່ອນໄຂ.
ພັດສະດຸຕ້ອງຫ້າມ
ລາຍການຕໍ່ໄປນີ້ຖືວ່າເປັນພັດສະດຸຕ້ອງຫ້າມ ແລະ ຕົກລົງຈະບໍ່ສົ່ງສີ້ນຄ້າຕໍ່ໄປນີ້ເປັນພັດສະດຸ
- ສີນຄ້າຜິດກົດໝາຍ ຫຼື ຕ້ອງຫ້າມກົດໝາຍ ແລະ ຂໍ້ບັງຂັບທີ່ກ່ຽວຂ້ອງ
- ສີນຄ້າອັນຕະລາຍລວມທັງສີນຄ້າສ່ຽງອັນຕະລາຍ ຫຼື ເປັນພິດ, ວັດຖຸລະເບີດ, ອາວຸດມີຄົມ ຫຼື ປືນ
- ແບັດເຕີລີ້ລົດທຸກຊະນິດທີ່ໃຊ້ງານແລ້ວ
- ຢາສູບ ຫຼື ຢາສູບໄຟຟ້າ ແລະ ຜະລິດຕະພັນທີ່ກ່ຽວຂ້ອງ
- ເຄື່ອງດື່ມທີ່ມີແອລກໍຣໍ
- ຂໍ້ຕົກລົງເຈລະຈາທາງດ້ານການເງີນທີ່ທຽບເທົ່າ ເງີນສົດເຊັ່ນ: ຮຸ້ນສ່ວນ ແລະ ເງີນ
- ບັດເຄດິດ, ບັດເດບິດ ຫຼື ບັດເງີນສົດ
- ທອງຄຳແທ່ງ, ໂລຫະ ຫຼື ຫີນມີຄ່າ
- ເຄື່ອງສະສົມເຊັ່ນ: ວັດຖຸບູຮານ, ງານສີລະປະ.
- ພືດ
- ສັດທີ່ມີຊິວິດ
- ຊາກສົບມະນຸດ ຫຼື ສັດ, ຊີ້ນສ່ວນຂອງຮ່າງກາຍຫຼືອາໄວຍະວະ
- ອາຫານສົດ ຫຼື ອາຫານດີບ
- ອາຫານທີ່ມີກີ່ນເໝັນເຊັ່ນ: ຖົ່ວລຽນ
- ການຈັດສົ່ງໂດຍບໍ່ບັນຈຸຫີບຫໍ່ທີ່ເໝາະສົມ ຫຼື ພຽງພໍ
- ພັດສະດຸທີ່ອາດເຮັດໃຫ້ເກີດຄວາມລ່າຊ້າ ຫຼື ຄວາມເສຍຫາຍໃຫ້ພັດສະດຸ, ອຸປະກອນ ຫຼື ບຸກຄົນອື່ນ
ເຖິງຈະມີບົດບັນຍັດອື່ນທາງບໍລິສັດຈະບໍ່ຮັບຜິດຊອບຕໍ່ຄວາມສູນເສຍຄວາມເສຍຫາຍ ຫຼື ການສົ່ງມອບຫຼ້າຊ້າຕໍ່ລາຍການໃດໆ ທີ່ລະບຸໄວ້, ລູກຄ້າຕ້ອງຊົດໃຊ້ຄ່າເສຍຫາຍໃນການຮຽກຮ້ອງ ແລະ ທັງໝົດແກ່ບໍລິສັດເຮົາ ລວມທັງຕົ້ນທຶນ ແລະ ຄ່າໃຊ້ຈ່າຍອັນເປັນຜົນມາຈາກການທີ່ລູກຄ້າຝ່າຝືນກົດໝາຍ ແລະ ຂໍ້ບັງຄັບ ຫຼື ຈາກການສົ່ງສີນຄ້າຕ່າງໆທີ່ລະບຸໄວ້.
ພັດສະດຸທີ່ບໍ່ສາມາດຮຽກຮ້ອງຄ່າເສຍຫາຍໄດ້
ເຮົາອາດຍອມຮັບລາຍການດັ່ງຕໍ່ໄປນີ້ພາຍໃຕ້ເງື່ອນໄຂບາງປະການ ແຕ່ເງື່ອນໄຂການຮຽກຮ້ອງກໍ່ແຕກຕ່າງຈາກປົກກະຕິ
- ອາຫານແຫ້ງ, ຂະໜົມອົມ, ຊ໋ອກໂກແລັດ.
- ອາຫານທີ່ເນົ່າເປື່ອຍໃນພາຊະນະທີ່ເໝາະສົມ.
- ບັດຊີງໂຊກ, ຄູປ່ອງ ແລະ ບັດຂອງຂວັນ
- ເອກກະສານ, ໃບແຈ້ງໜີ້, ໃບຮັບເງີນ
- ຜະລິດຕະພັນທີ່ເປັນຂອງແຫຼວເຊັ່ນ: ນໍ້າ, ນໍ້າມັນ, ເຈວ
- ແບັດເຕີ້ລີ້ລົດ, ລົດຈັກແບບນໍ້າໃໝ່
ການຮັບປະກັນ ແລະ ຊົດເຊີຍຄ່າເສຍຫາຍຂອງຜູ້ສົ່ງສີນຄ້າ
ຜູ້ສົ່ງສີນຄ້າຕ້ອງຊົດເຊີຍຄ່າເສຍຫາຍ ແລະ ເຮັດໃຫ້ເຮົາບໍ່ເປັນອັນຕະລາຍຈາກຄວາມສູນເສຍ ຫຼື ຄວາມເສຍຫາຍທີ່ເກີດຂື້ນຈາກຜູ້ສົ່ງສີນຄ້າບໍ່ປະຕິບັດຕາມການຮັບປະກັນຕໍ່ໄປນີ້:
- ພັດສະດຸທີ່ບໍ່ແມ່ນລາຍການທີ່ກຳນົດໄວ້ໃນ 3.1
- ຂໍ້ມູນທັງໝົດຈາກຜູ້ສົ່ງສີນຄ້າ ຫຼື ຕົວແທນມີຄວາມຖືກຕ້ອງ ແລະ ຄົບຖ້ວນ
- ຜູ້ສົ່ງສີນຄ້າໄດ້ປະຕິບັດຕາມກົດໝາຍ ແລະ ຂໍ້ບັງຄັບຂອງສູນກາງການນຳເຂົ້າ ການສົ່ງອອກ ແລະ ອື່ນໆ ທີ່ໃຊ້ບັງຄັບທັງໝົດ.
- ພັດສະດຸຖືກບັນຈຸຢ່າງຖືກຕ້ອງ ແລະ ເໝາະສົມເພື່ອປ້ອງກັນຄວາມເສຍຫາຍໃນລະຫວ່າງການຈັດສົ່ງ.
- ຜູ້ສົ່ງສີນຄ້າຈະຕ້ອງຄຳນຶ່ງເຖີງວ່າ ໃນກໍລະນີທີ່ເກີດການສູນເສຍ ຫຼື ຄວາມເສຍຫາຍ ຄຳຂໍຊົດເຊີຍຄ່າເສຍຫາຍອາດບໍ່ໄດ້ຮັບການພິຈາລະນາຖ້າພັດສະດຸເປັນລາຍການທີ່ລະບຸໄວ້ໃນຂໍ້ 4.
- ຜູ້ສົ່ງສີນຄ້າຕ້ອງລະບຸຂໍ້ມູນທີ່ຖືກຕ້ອງໃນໃບນຳສົ່ງສີນຄ້າເຊັ່ນ:
ຊື່ ທີ່ຢູ່ຂອງຜູ້ສົ່ງສີນຄ້າ ( ລວມທັງລະຫັດໄປສະນີ ) ແລະ ເບີໂທຕິດຕໍ່. - ຊື່ ທີ່ຢູ່ຂອງຜູ້ຮັບມອບ ( ລວມທັງລະຫັດໄປສະນີ ) ແລະ ເບີໂທຕິດຕໍ່.
- ຂໍ້ມູນຂອງພັດສະດຸເຊັ່ນ: ຈຳນວນແພັກເກັດ ມູນຄ່າທີ່ລະບຸ ຈຳນວນເງີນທີ່ຕ້ອງເກັບປາຍທາງ ( COD ) ຖ້າມີປະເພດຂອງບໍລິການ ຄຳພິເສດອື່ນໆ ( ຖ້າມີ ).
- ເຫດຜົນດ້ານຄວາມປອດໄພ ຜູ້ສົ່ງຈະຕ້ອງຕິດຄັດເອກກະສານສ່ວນຕົວເຊັ່ນ: ບັດປະຈຳໂຕ, ໜັງສືຜ່ານແດນ ໃຫ້ກັບເຈົ້າໜ້າທີ່ຂອງເຮົາບັນທືກ.
ການຈັດສົ່ງພັດສະດຸ
ການຈັດສົ່ງຈະຖືວ່າສຳເລັດເມື່ອພັດສະດຸຖືກສົ່ງໄປທີ່ຢູ່ຂອງຜູ້ຮັບມອບເຊີ່ງລະບຸໄວ້ໃນໃບນຳສົ່ງສີນຄ້າ ແຕ່ບໍ່ຈຳເປັນມີຊື່ຜູ້ຮັບມອບຢູ່ ພັດສະດຸບໍ່ສາມາດສົ່ງທາງຕູ້ໄປສະນີ ຫຼື ລະຫັດໄປສະນີ, ຖ້າຜູ້ຮັບມອບບໍ່ພ້ອມຮັບພັດສະດຸຕາມທີ່ຢູ່ເຮົາອາດຈັດສົ່ງພັດສະດຸໃຫ້ບຸກຄົນອື່ນໃກ້ຄຽງທີ່ຢູ່ຂອງຜູ້ຮັບມອບ ( ເຊັ່ນ: ເພື່ອນຮ່ວມງານ, ຄົນໃນຄອບຄົວ ແລະ ອື່ນໆ ) ພັດສະດຸທີ່ຖືກສົ່ງໄປທີ່ຢູ່ທີ່ມີພື້ນທີ່ຮັບຂອງສ່ວນລວມອາດສົ່ງໄປພື້ນທີ່ດັ່ງກ່າວເຊັ່ນ: ສຳນັກງານສ່ວນບຸກຄົນ, ສຳນັກງານບໍລິຫານຝ່າຍຕ້ອນຮັບ ທີ່ຢູ່ຂອງຜູ້ຮັບມອບເພື່ອຄວາມປອດໄພຂອງພັດສະດຸ ເຮົາຈະບໍ່ຈັດສົ່ງພັດສະດຸໄປສະຖານທີ່ບໍ່ມີຜູ້ຮັບເຖີງຈະໄດ້ຮັບການຮ້ອງຂໍຈາກຜູ້ສົ່ງສີນຄ້າ ແລະ ຜູ້ຮັບມອບ, ຈະບໍ່ສົ່ງມອບພັດສະດຸໄປທີ່ຢູ່ນອກເໜືອຈາກທີ່ຢູ່ຂອງຜູ້ຮັບມອບເຊີ່ງລະບຸໄວ້ໃນໃບນຳສົົ່ງສີນຄ້າ. ຍົກເວັ້ນແຕ່ຈະໄດ້ຄຳແນະນຳຈາກຜູ້ສົ່ງສີນຄ້າ, ຜູ້ຮັບມອບຈະຕ້ອງຕິດຕໍ່ຜູ້ສົ່ງສີນຄ້າເພື່ອຂໍຂໍ້ມູນດັ່ງກ່າວ.
ຫຼັກຖານການຈັດສົ່ງ
ຈຳເປັນຕ້ອງມີລາຍເຊັ່ນຈາກຜູ້ຮັບມອບເພື່ອເປັນຫຼັກຖານການຈັດສົ່ງ ໃນກໍລະນີທີ່ຜູ້ຮັບບໍ່ແມ່ນຜູ້ຮັບມອບຜູ້ຈັດສົ່ງຂອງເຮົາຈະພະຍາຍາມຍືນຍັນຕົວຕົນຂອງຜູ້ຮັບຢ່າງສົມເຫດສົມຜົນ ຈຳເປັນຕ້ອງມີລາຍເຊັ່ນຂອງຜູ້ຮັບດັ່ງກ່າວເພື່ອເປັນຫຼັກຖານການຈັດສົ່ງ, ໃນກໍລະນີພິເສດທີ່ບໍ່ສາມາດລົງລາຍເຊັນໄດ້ ຜູ້ຈັດສົ່ງຂອງເຮົາຈະຂຽນເປັນໝາຍເຫດໄວ້ ບາງຄັ້ງບໍ່ສາມາດລົງລາຍເຊັນໄດ້ດ້ວຍເຫດຜົນຫຼາຍປະການ.
ການຈັດສົ່ງບໍ່ສໍາເລັດ
ອາດເກີດຈາກຫຼາຍກໍລະນີເຊັ່ນ:
- ຜູ້ຮັບມອບປະຕິເສດການຈັດສົ່ງ ຫຼື ຈ່າຍເງິນໃນການຮຽກເກັບເງິນປາຍທາງ.
- ບໍ່ສາມາດລະບຸ ຫຼື ບອກຕໍາແໝ່ງຂອງຜູ້ຮັບມອບໄດ້ຢ່າງສົມເຫດສົມຜົນ
- ບໍ່ມີບຸກຄົນທີ່ເໝາະສົມຖ້າຮັບເອົາພັດສະດຸຕາມທີ່ຢູ່ຂອງຜູ້ຮັບມອບ
- ພັດສະດຸກໍາລັງລໍຖ້າດໍາເນີນການຈາກຜູ້ຮັບມອບ (ເຊັ່ນ ໂທກັບເພື່ອຢັ້ງຢືນການຈັດສົ່ງ ຮັບພັດສະດຸທີ່ຈຸດບໍລິການຂອງພວກເຮົາ ເລື່ອນການຈັດສົ່ງເປັນຕົ້ນ)
- ປະມານວັນທີໃນການຈັດ ກໍລະນີທີ່ການຈັດສົ່ງບໍ່ສໍາເລັດໃນຄັ້ງແລກ ເຮົາຈະພະຍາຍາມຈັດສົ່ງພັດສະດຸໃຫ້ອີກຄັ້ງໜຶ່ງໃນມື້ລັດຖະການພາຍໃນ 7 ວັນຖັດໄປໂດຍບໍ່ມີຄ່າໃຊ້ຈ່າຍເພີ່ມເຕີມ (ເຊັ່ນ: ພະຍາຍາມຈັດສົ່ງສູງສຸດ3 ຄັ້ງ)
- ຖ້າເຮົາເຊື່ອວ່າຂໍ້ມູນໃນການຮັບມອບຈາກຜູ້ສົ່ງສິນຄ້າບໍ່ຖືກຕ້ອງ ຫຼື ບໍ່ສົມບູນ ເຮົາຈະພັກພັດສະດຸໄວ້ ແລະ ຂໍຄໍາແນະນໍາເພີ່ມເຕີມຈາກຜູ້ສົ່ງສິນຄ້າ
ການຈັກສົ່ງລ່າຊ້າ
“ການຈັກສົ່ງລ່າຊ້າ” ໝາຍເຖິງການຈັດສົ່ງທີ່ສໍາເລັດແລ້ວ ຊຶ່ງໃຊ້ເວລາເກີນກວ່າວັນທີ່ຈັດສົ່ງໂດຍປະມານ ວັນທີຈັດສົ່ງທີ່ກໍານົດເປັນພຽງການປະມານເທົ່ານັ້ນ ແລະ ບໍ່ມີການຮັບປະກັນ, ຂະນະທີ່ເຮົາພະຍາຍາມສົ່ງມອບພັດສະດຸຢ່າງເໝາະສົມຕາມຕາຕະລາງເວລາການຈັດສົ່ງ ເວລາຈະບໍ່ຖືເປັນສາລະສໍາຄັນໃນແງ່ຂອງການຈັດສົ່ງພັດສະດຸ ແລະ ເຮົາຈະບໍ່ຮັບຜິດຊອບຕໍ່ຄວາມເສຍຫາຍໂດຍຕົງ ຫຼື ທີ່ເກີດຈາກຄວາມລ່າຊ້າໃນການຈັດສົ່ງ.
ພັດສະດຸທີ່ບໍ່ໄດ້ສົ່ງມອບ ແລະ ການສົ່ງຄືນພັດສະດຸ
ຈະຖືວ່າພັດສະດຸນັ້ນຍັງ “ບໍ່ໄດ້ສົ່ງມອບ” ໃນບາງກໍລະນີເຊັ່ນ:
- ການຈັດສົ່ງຊໍ້າບໍ່ສໍາເລັດ.
ບໍ່ສາມາດຈັດສົ່ງພັດສະດຸໄດ້ພາຍໃນ 7 ວັນທໍາ - ການຕາມປະມານວັນທີ່ຈັດສົ່ງ.
- ຜູ້ສົ່ງສິນຄ້າບໍ່ສາມາດໃຫ້ຄໍາແນະນໍາເພີ່ມເຕີມຕາມຄໍາຂໍຂອງເຮົາ.
- ຜູ້ສົ່ງສິນຄ້າຂໍຍົກເລີກການຈັດສົ່ງ ແລະ ສົ່ງຄືນພັດສະດຸດ້ວຍເຫດຜົນໃດກໍ່ຕາມ.
- ພັດສະດຸທີ່ບໍ່ໄດ້ສົ່ງມອບຈະຖືກສົ່ງກັບໄປໃຫ້ຜູ້ສົ່ງສິນຄ້າໂດຍຜູ້ສົ່ງສິນຄ້າຈະເປັນຜູ້ຮັບຜິດຊອບຄ່າໃຊ້ຈ່າຍ ຫາກບໍ່ມີຜູ້ຮັບເຮົາຈະເຮັດການປ່ອຍພັດສະດຸ ຈໍາໜ່າຍ ຫຼື ຂາຍໂດຍບໍ່ຮັບຜິດຊອບໃດໆຕໍ່ຜູ້ສົ່ງສິນຄ້າ ຫຼືບຸກຄົນອື່ນ ໂດຍເງິນທີ່ໄດ້ຈະນໍາໄປໃຊ້ກັບຄ່າບໍລິການ ແລະ ຄ່າໃຊ້ຈ່າຍໃນການບໍລິຫານ.
- ບໍ່ສາມາດຂໍຄືນຄ່າທໍານຽມການຈັດສົ່ງທັງໝົດ ແລະ ຄ່າໃຊ້ຈ່າຍອື່ນທີ່ຈ່າຍເພື່ອສົ່ງພັດສະດຸໄດ້.
- ພັດສະດຸອາດຖືກສົ່ງໄປຍັງທີ່ຢູ່ຂອງຜູ້ສົ່ງສິນຄ້າໂດຍຕົງ ຫຼື ໄປຍັງຈຸດບໍລິການຂອງເຮົາເຊິ່ງຜູ້ສົ່ງສິນຄ້າເປັນຄົນກໍານົດໄປຮັບ.
- ຖ້າຈະສົ່ງພັດສະດຸທີ່ສົ່ງຄືນແລ້ວໄປຍັງທີ່ຢູ່ຂອງຜູ້ສົ່ງສິນຄ້າ ຕ້ອງປະຕິບັດຕາມຂໍ້ກໍານົດ
- ຖ້າຈະຮັບພັດສະດຸທີ່ສົ່ງຄືນ ທີ່ຈຸດບໍລິການທີ່ຜູ້ສົ່ງສິນຄ້າກໍານົດ ເຮົາຈະຕິດຕໍ່ຜູ້ສົ່ງສິນຄ້າໃນ
- ວັນທີ່ພັດສະດຸມາເຖິງ ແລະ ຜູ້ສົ່ງສິນຄ້າຈະຕ້ອງໄປຮັບພັດສະດຸດັ່ງກ່າວພາຍໃນ 7 ວັນລັດຖະການ ຫາກບໍ່ມີຜູ້ຮັບເຮົາຈະເຮັດການປ່ອຍພັດສະດຸ ຈໍາໜ່າຍ ຫຼື ຂາຍໂດຍບໍ່ຕ້ອງຮັບຜິດຊອບໃດໆຕໍ່ຜູ້ສົ່ງສິນຄ້າ ຫຼື ບຸກຄົນອື່ນ ໂດຍບໍ່ຕ້ອງແຈ້ງໃຫ້.
ຄ່າຂົນສົ່ງແລະຄ່າໃຊ້ຈ່າຍອື່ນ
- ຜູ້ຂົນສົ່ງສິນຄ້າຈະຕ້ອງຈ່າຍຄ່າທຳນຽມການຂົນສົ່ງ ແລະ ຄິດໄລ່ຕາມວິທີການດັ່ງຕໍ່ໄປນີ້
ນ້ໍາຫນັກຂະຫນາດ - ການປຽບທຽບຂະຫນາດຂອງສິນຄ້າ (ຜົນລວມຂອງຄວາມຍາວ ຄວາມກວ້າງ ແລະ ຄວາມສູງ) ແລະ ນ້ໍາໜັກ ສໍາລັບວິທີນີ້ຂະຫນາດ ແລະ ນ້ໍາໜັກທີ່ແຕກຕ່າງກັນຈະມີຊ່ວງລາຄາທີ່ແຕກຕ່າງກັນ ແລະ ຄ່າຂົນສົ່ງສິນຄ້າທີ່ເກີດຂຶ້ນຈິງຈະຂຶ້ນຢູ່ກັບຊ່ວງລາຄາຂອງຂະຫນາດ ຫຼື ນ້າໜັກ ແລ້ວແຕ່ຈຳນວນໃດຈະສູງກວ່າ
- ນອກນັ້ນອາດມີຄ່າໃຊ້ຈ່າຍອື່ນໆເຊັ່ນ: ຄ່າໃຊ້ຈ່າຍໃນການຮັບສິນຄ້າ, ຄ່າບໍລິການເກັບເງິນປາຍທາງ, ຄ່າທໍານຽມປະກັນໄພ, ຄ່າຂົນສົ່ງວັນເສົາ, ຄ່າແຮງງານ, ການສົ່ງຄືນສິນຄ້າ, ຄ່າບໍລິການດ່ວນພິເສດ ແລະ ອື່ນໆ ໃນການສົ່ງສິນຄ້າ ຄ່າໃຊ້ຈ່າຍທັງໝົດອາດມີການປ່ຽນແປງໄດ້ໂດຍບໍ່ຕ້ອງແຈ້ງໃຫ້ຮູ້ລ່ວງໜ້າ.
ບໍລິການເກັບເງິນປາຍທາງ (COD) ແລະ ຄ່າທໍານຽມການເກັບກໍາປາຍທາງ
- ຖ້າທ່ານເລືອກເອົາການບໍລິການເກັບເງິນປາຍທາງ, ຜູ້ສົ່ງສິນຄ້າຈະຕ້ອງຈ່າຍຄ່າບໍລິການເກັບເງິນປາຍທາງ ຈໍນວນເງິນທີ່ສູງສຸດທີ່ພວກເຮົາສາມາດເກັບກໍາຈຸດຫມາຍປາຍທາງແມ່ນ 200,000 ກີບ ຕໍ່ 1 ໃບນຳສົ່ງສິນຄ້າ
- ບໍລິການເກັບເງິນປາຍທາງບໍ່ເຮັດໃຫ້ພວກເຮົາເປັນຕົວແທນຂອງຜູ້ສົ່ງສິນຄ້າ ຫຼື ບໍ່ເຮັດໃຫ້ເກີດພາວະຜູກພັນລະຫວ່າງພວກເຮົົາກັບຜູ້ມອບ
- ຜູ້ຂົນສົ່ງສິນຄ້າຍອມຮັບຄວາມສ່ຽງທັງຫມົດທີ່ກ່ຽວຂ້ອງກັບການຮັບການຈ່າຍເງິນ ລວມທັງການບໍ່ຈ່າຍເງິນ, ເງິນບໍ່ພໍ ແລະ ການປອມແປງ.
ການແກ້ໄຂທີ່ຢູ່ ແລະ ການກຳນົດເສັ້ນທາງໃໝ່
- ຖ້າຫາກຜູ້ສົ່ງສິນຄ້າບໍ່ສາມາດໃຫ້ທີ່ຢູ່ທັງໝົດ ຫຼື ທີ່ຢູ່ທີ່ຖືກຕ້ອງຂອງຜູ້ຮັບມອບໄດ້ ພວກເຮົາຈະພະຍາຍາມຊອກຫາທີ່ຢູ່ທີ່ຖືກຕ້ອງ ແລະ ສົ່ງມອບສິນຄ້າ, ຖ້າບໍ່ສໍາເລັດ, ພວກເຮົາຈະພະຍາຍາມຕິດຕໍ່ກັບຜູ້ສົ່ງສິນຄ້າເພື່ອຂໍຄໍາແນະນໍາ. ຖ້າຕ້ອງການເສັ້ນທາງໃຫມ່ຫຼັງຈາກທີ່ຜູ້ສົ່ງສິນຄ້າກໍານົດສະຖານທີ່ທີ່ຖືກຕ້ອງໃໝ່ ອາດຈະມີຄ່າທໍານຽມເພີ່ມເຕີມ.
- ຖ້າຫາກຜູ້ຮັບມອບຂໍປ່ຽນທີ່ຢູ່ໃນການຈັດສົ່ງ ຜູ້ຮັບມອບຈະຕ້ອງຕິດຕໍ່ກັບຜູ້ສົ່ງສິນຄ້າ ເຊິ່ງຈະໃຫ້ຄໍາແນະນໍາໃນການກຳນົດເສັ້ນທາງໃໝ່.
- ການກຳນົດເສັ້ນທາງໃຫມ່ຈະຕ້ອງມີຄ່າບໍລິການເພີ່ມເຕີມ.
ສິດໃນການກວດສອບ
- ທາງບໍລິສັດຕ້ອງຂໍສະຫງວນລິຂະສິດໃນການເປີດ ແລະ ກວດສອບພັດສະດຸ ໂດຍບໍ່ຕ້ອງແຈ້ງໃຫ້ທ່ານຮູ້ເພື່ອຄວາມປອດໄພ ຄວາມໝັ້ນໃຈ ສູນກາງ ຫຼື ຕາມກົດລະບຽບ
- ໃນທໍານອງດຽວກັນມີໂອກາດທີ່ເຈົ້າໜ້າທີອາດຈະຕ້ອງເປີດ ແລະ ກວດສອບສິນຄ້າພັດສະດຸບາງປະເພດ ເຊິ່ງເຮົາຈໍາເປັນຕ້ອງປະຕິບັດຕາມຄຳແນະນຳດັ່ງກ່າວຢ່າງເຕັມທີ່ ຊຶ່ງໃນກໍລະນີນີ້ບໍ່ຈໍາເປັນຕ້ອງແຈ້ງໃຫ້ຜູ້ຈັດສົ່ງສິນຄ້າ ຫຼື ຜູ້ຮັບລ່ວງໜ້າ.
ຄວາມຮັບຜິດຊອບ
- ຄວາມຮັບຜິດຊອບໃນພັດສະດຸໃດໜຶ່ງນັ້ນຈະຈໍາກັດພຽງການສູນເສຍ ແລະ ຄວາມເສຍຫາຍໂດຍກົງ ແລະ ລວມມູນຄ່າສູງສຸດບໍ່ເກີນ 500,000 ກີບ ຕໍ່ 1 ລາຍການ ຍົກເວັ້ນແຕ່ວ່າມີການລະບຸໄວ້ເປັນຢ່າງອື່ນ ໃນຂໍ້ຕົກລົງຮ່ວມກັນເປັນລາຍລັກອັກສອນ ລະຫວ່າງຜູ້ສົ່ງສິນຄ້າ ແລະ ຜູ້ໃຫ້ບໍລິການສິນຄ້າ ແລະ ຂຶ້ນຢູ່ກັບການຊຳລະເງິນຄ່າທຳນຽມປະກັນໄພຂອງຜູ້ສົ່ງສິນຄ້າ
- ຈະບໍ່ມີການຮັບຜິດຊອບຕາມເງື່ອນໄຂດັ່ງຕໍ່ໄປນີ້:
ການສູນເສຍ ຫຼື ຄວາມເສຍຫາຍຕໍ່ພັດສະດຸທີ່ບັນຈຸລາຍການໄວ້.
ການສູນເສຍ ຫຼື ຄວາມເສຍຫາຍທີ່ເກີດຂຶ້ນຈາກການສົ່ງມອບພັດສະດຸທີ່ລ່າຊ້າ. - ການສູນເສຍ ຫຼື ຄວາມເສຍຫາຍທີ່ເກີດຂຶ້ນຈາກສະຖານະການທີ່ຢູ່ນອກເໜືອຈາກການຄວບຄຸມ.
ການສູນເສຍ ຫຼື ຄວາມເສຍຫາຍທີ່ເກີດຂຶ້ນຈາກທາງອ້ອມ ຫຼື ເປັນຜົນທີ່ເກີດຈາກການກະທຳອື່ນໆ.
ສະຖານະການນອກຈາກການຄວບຄຸມຂອງພວກເຮົາ
ພວກເຮົາບໍ່ມີຄວາມຮັບຜິດຊອບຕໍ່ການສູນເສຍ ຫຼື ຄວາມເສຍຫາຍທີ່ເກີດຂື້ນຈາກສະຖານະການທີ່ຢູ່ນອກເໜືອການຄວບຄຸມຂອງພວກເຮົາເຊິ່ງລວມເຖິງແຕ່ບໍຈຳກັບພຽງ
ຄວາມເສຍຫາຍຂອງຂໍ້ມູນຍ້ອນຜົນກະທົບຂອງທົ່ງແມ່ເຫຼັກຂອງສິນຄ້າອື່ນ, ການປະຕິບັດຫຼືການຍົກເວັ້ນໂດຍຜູ້ທີ່ບໍ່ເຮັດວຽກຫຼືເຮັດສັນຍາກັບພວກເຮົາ, ເຊັ່ນ: ຜູ້ສະຫນອງ, ຜູ້ຮັບ, ພາກສ່ວນທີສາມ, ເຈົ້າຫນ້າທີ່ລັດຖະບານຫຼືເຈົ້າຫນ້າທີ່ຂອງລັດຖະບານ, ກໍລະນີເຫດສຸດວິໄສ ເຊັ່ນສົງຄາມ (ທັງປະກາດ ຫຼື ບໍ່ປະກາດຢ່າງເປັນທາງການ), ການປະຕິວັດ, ການກໍ່ການຮ້າຍ, ການຈັບຕົວປະກັນ, ເຫດລະເບີດ ຫຼື ການໃຊ້ອາວຸດສົງຄາມ ຫຼື ການປະຕິບັດເຫຼົ່ານີ້ ລວມທັງການຍຶດສິນຄ້າ, ການນັດພັກວຽກຂອງພະນັກງານ, ເຫດສຸດວິໄສ (ເຊັ່ນ: ໄພນໍ້າຖ້ວມ, ແຜ່ນດິນໄຫວ, ພະຍຸລົມ, ແລະ ອື່ນໆ)ຊາບລ່ວງໜ້າ ໂດຍເງິນທີ່ໄດ້ຈະນໍາໄປໃຊ້ກັບຄ່າບໍລິການ ແລະ ຄ່າໃຊ້ຈ່າຍໃນການບໍລິຫານ.